ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການອະນຸມັດໃຫ້ນາຍທະຫານພັກການ ແລະ
ແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່


ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ປະກາດການອະນຸມັດໃຫ້ນາຍທະຫານພັກການ ແລະ ແຕ່ງຕັ້ງຄະນະພັກ-ຄະນະບັນຊາ 702 ກອງບັນຊາການທະຫານອາກາດ ໄດ້ຈັດ
ຂຶ້ນໃນວັນທີ 24 ເມສາ 2024 ນີ້, ຢູ່ທິີ່ສະໂມສອນກອງພັນໃຫຍ່ 702 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ
ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ບຸນມາ ຈັນທະ
ວົງສາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ຕາງໜ້າກົມພະນັກງານ ກົມໃຫຍ່ການເມືອງ, ຄະນະ
ພັກ-ຄະນະບັນຊາ 702, ພະແນກພະນັກງານ, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
     ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ
ອະນຸຍາດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານອາກາດ ພັກການ ເພື່ອກຽມຮັບບຳນານ ອີງຕາມ ກົດໝາຍນາຍທະຫານກອງທັບປະ
ຊາຊົນລາວ ( ສະບັບປັບປຸງ) ໃນພາກທີ II ໝວດທີ4 ມາດຕາ 26 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ ອິງຕາມການສະ
ເໜີ ຂອງກອງບັນຊາການທະຫານອາກາດ ແລະ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ ຕົກລົງ ອະນຸຍາດໃຫ້ ພັນເອກ ສີວິໄລພົງ ເພົ້າວິໄລ ຫົວໜ້າການເມືອງ ກອງພັນໃຫຍ່ 702 ແລະ ພັນເອກ ດາວອ່ອນ ພອນ
ປະເສີດ ຮອງຫົວໜ້າການເມືອງກອງພັນໃຫຍ່, ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 702. ພ້ອມດຽວກັນນີ້, ໃນພິທີການກໍໄດ້ຜ່ານ
ຂໍ້່ຕົກລົງແຕ່ງຕັ້ງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 702 ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ
ພັນໂທ ສີແພງ ດວງທິໄຊ ເປັນຫົວໜ້າການເມືອງ ແລະ ພັນໂທ ອິງທອງ ວົງສົມພັນ ເປັນຮອງຫົວໜ້າການເມືອງ ກອງພັນໃຫຍ່ 702 ທັງ
ເປັນຫົວໜ້າພະແນກການເມືອງ.

     ໂອກາດນີ້, ສະຫາຍປະທານ ກໍໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ພ້ອມກັນສືບ
ຕໍ່ຄົ້ນຄວ້າບັນດາແນວທາງນະໂຍບາຍ, ມະຕິພັກ, ຂໍ້ກຳນົດກົດລະບຽບ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ
ວາງອອກ, ສືບຕໍ່ນໍາພາກົມກອງຂອງຕົນດໍາເນີນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ທົ່ວເຖິງ ທຸກເປົ້າໝາຍດ້ວຍຫຼາຍຮູບການ
ແລະ ເຮັດເປັນປະຈຳ, ເພີ່ມທະວີການເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນໃນໝູ່
ຄະນະ, ເຝິກຝົນຫຼໍ່ຫຼອມຕົນເອງເພື່ອຍົກສູງຄຸນນະພາບວຽກງານຮອບດ້ານຂອງຕົນ ເພື່ອພັດທະນາກົມກອງ, ອົງການຂອງຕົນໃຫ້ເຕີບໃຫຍ່
ເຂັ້ມແຂງ ແລະ ທັນສະໄໝ.

ແຫຼ່ງຂ່າວໂດຍ ສີທາ
ວັນທີ 25/04/2024